ນີ້ແມ່ນບາງເຄັດລັບຄວາມປອດໄພທີ່ສຳຄັນ ເພື່ອຊ່ວຍໃຫ້ທ່ານຮັກສາບັນຊີ Binance ແລະ ຊັບສິນຂອງທ່ານໃຫ້ປອດໄພ.
ລະຫັດຜ່ານ ແລະ 2FA
- ໃຊ້ລະຫັດຜ່ານທີ່ແຂງແຮງທີ່ປະກອບດ້ວຍຕົວອັກສອນ, ຕົວເລກ ແລະ ຕົວອັກສອນພິເສດ. ຫຼີກເວັ້ນການໃຊ້ລະຫັດຜ່ານດຽວກັນໃນຫຼາຍເວັບໄຊ. ຮັກສາລະຫັດຜ່ານຂອງບັນຊີຂອງທ່ານ ແລະ ເຂົ້າເຖິງໃຫ້ເປັນຂອງຕົວທ່ານເອງເທົ່ານັ້ນ.
- ເປີດໃຊ້ ການຢືນຢັນຄວາມຖືກຕ້ອງ 2 ຂັ້ນຕອນ (2FA) ສະເໝີເພື່ອຄວາມປອດໄພເພີ່ມເຕີມ. ທ່ານສາມາດເປີດໃຊ້ງານ ລະຫັດຜ່ານແບບໂຕເລກ ຫຼື ແອັບ Authenticator ແທນການຢັ້ງຢືນແບບ SMS ເພື່ອປ້ອງກັນບັນຊີຂອງທ່ານໄດ້ດີຍິ່ງຂຶ້ນ.
- ຢ່າແບ່ງປັນລະຫັດ 2FA ໃຫ້ກັບໃຜ, ໂດຍສະເພາະຜູ້ປອມຕົວທີ່ອາດຈະໂທຫາທ່ານ ຫຼື ຮ້ອງຂໍໃຫ້ທ່ານສົ່ງຮູບໜ້າຈໍ, ແບ່ງປັນໜ້າຈໍ ຫຼື ເຂົ້າເຖິງອຸປະກອນຂອງທ່ານ.
ການຕັ້ງຄ່າຄວາມປອດໄພ
- ຮັກສາຄວາມປອດໄພບັນຊີອີເມວສ່ວນຕົວຂອງທ່ານ. ໃຊ້ວິທີການດຽວກັນຂ້າງເທິງ ສໍາລັບອີເມວທີ່ເຊື່ອມຕໍ່ຂອງທ່ານ, ຍ້ອນວ່າອີເມວຂອງທ່ານເປັນຈຸດເຂົ້າເຖິງສໍາຄັນ ສຳລັບບັນຊີ Binance ຂອງທ່ານ. ໃຊ້ອີເມວທີ່ເປັນບໍ່ຊ້ຳກັນສະເພາະໃຊ້ສຳລັບບັນຊີ Binance ຂອງທ່ານເທົ່ານັ້ນ, ເພື່ອເພີ່ມຄວາມປອດໄພໃນບັນຊີຂອງທ່ານ ແລະ ແຍກການພະຍາຍາມຫຼອກເອົາຂໍ້ມູນ (Phishing) ທີ່ຖືກສົ່ງໄປຫາອີເມວສ່ວນຕົວອື່ນໆ.
- ເປີດໃຊ້ ລະຫັດຕ້ານການ phishing ຂອງທ່ານເພື່ອອະນຸຍາດໃຫ້ອີເມວທີ່ສົ່ງມາຈາກ Binance ປະກອບມີລະຫັດສະເພາະທີ່ທ່ານເລືອກ.
- ເປີດໃຊ້ງານ ບັນຊີທີ່ອະນຸຍາດທີ່ຢູ່ການຖອນ ເພື່ອຈໍາກັດການຖອນເງິນທີ່ຈະເຮັດກັບທີ່ຢູ່ທີ່ຖືກຢືນຢັນຢູ່ໃນບັນຊີທີ່ອະນຸຍາດເທົ່ານັ້ນ.
ປົກປ້ອງການເຂົ້າເຖິງ
- ຕິດຕາມ ການເຄື່ອນໄຫວບັນຊີ ສໍາລັບການກະທໍາທີ່ບໍ່ໄດ້ຮັບອະນຸຍາດ. Binance ມີການບັນທຶກຂອງຄວາມພະຍາຍາມເຂົ້າສູ່ລະບົບ ແລະ ການດໍາເນີນການທັງໝົດ. ໃຊ້ຊອບແວຣ໌ Anti-Virus ແລະ Anti-Malware ທີ່ທ່ານໄວ້ວາງໃຈ. ສະແກນອຸປະກອນຂອງທ່ານເປັນປະຈຳ ແລະ ຕິດຕັ້ງແອັບຈາກແຫຼ່ງທີ່ເປັນທາງການເທົ່ານັ້ນ. ຫຼີກເວັ້ນການນໍາໃຊ້ສ່ວນຂະຫຍາຍຂອງຕົວບຣາວເຊີ ເມື່ອເຂົ້າເຖິງບັນຊີ Binance ຂອງທ່ານໃນເວັບ ເພື່ອປົກປ້ອງບັນຊີຂອງທ່ານຕື່ມອີກ.
- ຫຼີກເວັ້ນການເຂົ້າເຖິງບັນຊີ Binance ຂອງທ່ານຜ່ານເຄືອຂ່າຍ Wi-Fi ສາທາລະນະ. ເຂົ້າເຖິງບັນຊີ Binance ຂອງທ່ານຜ່ານເຄືອຂ່າຍທີ່ທ່ານເຊື່ອຖືເທົ່ານັ້ນ.
- ຮັກສາລະຫັດ API ຂອງທ່ານໃຫ້ປອດໄພຄືກັບວ່າມັນເປັນລະຫັດຜ່ານຂອງທ່ານ. ຢ່າແບ່ງປັນລະຫັດ API ຂອງທ່ານໃຫ້ກັບພາກສ່ວນທີສາມ. ລົບການເຂົ້າເຖິງ API ທີ່ບໍ່ໄດ້ໃຊ້ ຫຼື ບໍ່ຈໍາເປັນອອກ. ຢ່າເພີ່ມລະຫັດ API ໃດໆຖ້າທ່ານບໍ່ແນ່ໃຈວ່າພວກມັນໝາຍເຖິງຫຍັງສຳລັບທ່ານ.
ເຄັດລັບທີ່ຄວນຄຳນຶງເຖິງ
- Binance ຈະບໍ່ໂທຫາທ່ານ ຫຼື ສົ່ງຂໍ້ຄວາມຫາທ່ານໃນ Whatsapp ຫຼື ສື່ສັງຄົມອື່ນໆ. ເມື່ອມີຄວາມສົງໃສ, ກວດສອບກັບຕົວແທນຝ່າຍຊ່ວຍເຫຼືອລູກຄ້າຂອງພວກເຮົາຜ່ານ ຊ່ອງທາງ ຝ່າຍຊ່ວຍເຫຼືອລູກຄ້າ ທາງການຂອງພວກເຮົາ.
- ລະວັງຂໍ້ຄວາມ ຫຼື ອີເມວທີ່ບໍ່ໄດ້ຮັບການຮ້ອງຂໍຂໍ້ມູນສ່ວນຕົວ ຫຼື ການຊຳລະທີ່ສົ່ງໄປຍັງທີ່ຢູ່ສະກຸນເງິນຄຣິບໂຕທາງການ ຊຳລະຈ່າຍອອນໄລນ໌ ຫຼື ອອບໄລນ໌ອື່ນໆ. ກວດເບິ່ງ URL ແລະ ໂດເມນກ່ອນທີ່ຈະຄລິກໃສ່ສິ່ງໃດ. ເຂົ້າເຖິງ Binance ຈາກເວັບໄຊ ຫຼື ແອັບທາງການນສະເໝີ.
- ໃຊ້ ຢືນຢັນ Binance ເພື່ອກວດເບິ່ງວ່າການສື່ສານທີ່ໄດ້ຮັບແມ່ນເປັນທາງການ ຫຼື ບໍ່. ຢ່າງໃດກໍ່ຕາມ, ກະລຸນາຮັບຊາບວ່າ ເຖິງແມ່ນວ່າແຫຼ່ງຂໍ້ມູນຈະເບິ່ງຄືເປັນທາງການ, ພວກເຂົາອາດຍັງມີຄວາມພະຍາຍາມໃນການ Phishing ຜ່ານອີເມວທີ່ຫຼອກລວງ ຫຼື SMS ປອມໄດ້.
ຖາມ: ຂ້ອຍຄວນເຮັດແນວໃດຖ້າຂ້ອຍສັງເກດເຫັນກິດຈະກໍາທີ່ຜິດປົກກະຕິໃນບັນຊີ Binance ຂອງຂ້ອຍ?
- ທ່ານຄວນ ປິດການໃຊ້ງານບັນຊີຂອງທ່ານ ຈາກເວັບໄຊທາງການ ຫຼື ແອັບຂອງພວກເຮົາທັນທີ.
- ລາຍງານເຫດການດັ່ງກ່າວຜ່ານຊ່ອງທາງ ຝ່າຍຊ່ວຍເຫຼືອລູກຄ້າ ເປັນທາງການຂອງພວກເຮົາ.