ສະບາຍດີ Binancian ທຸກທ່ານ, ມື້ນີ້ເຮົາຈະມາແນະນຳວິທີການຝາກເງິນເຂົ້າ Binance ທີ່ຄົນລາວເຮົາສາມາດເຮັດໄດ້

ໃນປັດຈຸບັນ, ມີ 2 ວິທີໃນການຝາກເງິນເຂົ້າ Binance ຄື: 

  1. ການຊື້ຄຣິບໂຕດ້ວຍບັດ ເຄຣດິດ/ເດບິດ

  2. ການຊື້ຄຣິບໂຕ Binance P2P

    ໂດຍສະຫຼຸບແລ້ວ, ຖ້າທ່ານເປັນມືໃໝ່ ແລະ ຕ້ອງການເລີ່ມຕົ້ນດ້ວຍຈຳນວນເງິນຄຣິບໂຕທີ່ນ້ອຍ, ຂໍແນະນຳໃຫ້ໃຊ້ບັດເຄຣດິດເພື່ອຊື້ຄຣິບໂຕໂດຍກົງ. ວິທີການນີ້ງ່າຍຕໍ່ການດຳເນີນການ, ມີຄວາມແຕກຕ່າງຂອງລາຄາທີ່ນ້ອຍ ແລະ ຫຼີກລ່ຽງບັນຫາທີ່ຈ່າຍເງິນແລ້ວບໍ່ຫຼຽນເງິນໄປກະເປົາເງິນ. ບັດເຄຣດິດທີ່ສະໜັບສະໜູນໂດຍຊາວເນັດປັດຈຸບັນມີດັ່ງນີ້: 

    • ທະນາຄານພັດທະນາລາວ 

    • ທະນາຄານຮ່ວມພັດທະນາ

    • ທະນາຄານອິນໂດຈີນ

    • ທະນາຄານພົງສະຫວັນ

    • ທະນາຄານມາຣູຮານຍີ່ປຸ່ນລາວ

    • ທະນາຄານຊາຄອມ 

    ບາງຄັ້ງ, ທ່ານອາດຈະປະສົບການມີບັນຫາໃນການໃຊ້ບັດ ເຄຣດິດ/ເດບິດເພື່ອຊື້ຄຣິບໂຕໃນແພລດຟອມ Binance. ສິ່ງທີ່ທ່ານສາມາດເຮັດໄດ້ຄືການຕັ້ງຄ່າວິທີການຈ່າຍເງິນທາງເລືອກ ເຊັ່ນບັດເຄຣດິດ ຫຼື ເດບິດ ທີ່ອອກໂດຍທະນາຄານຕ່າງໆ.

    ຄູ່ມືການຊື້ຄຣິບໂຕດ້ວຍບັດເຄຣດິດ/ວີຊ່າໃນ Binance:

    1. ກົດໃສ່ບ່ອນ " Add Funds " ຢູ່ໜ້າຫຼັກຂອງແອັບ

    ຮູບຂັ້ນຕອນທີໜຶ່ງ
  1. ເລືອກຊ່ອງທາງວ່າຈະເອົາເຂົ້າທາງໃດ ໃນນີ້ແມ່ນເຮົາເລືອກເປັນຊື້ດ້ວຍ USD

    ຮູບຂັ້ນຕອນທີສອງ
  2. ໃສ່ຈຳນວນເງິນທີ່ຈະເອົາເຂົ້າ ໃນນີ້ເລືອກເປັນ ຊື້ຜ່ານບັດ

    ຮູບຂັ້ນຕອນທີສາມ
  3. ປ້ອນຂໍ້ມູນບັດ

    ຮູບຂັ້ນຕອນທີສີ່
  4. ຢືນຢັນຍອດເງິນທີ່ຈະໄດ້ຮັບ

    ຮູບຂັ້ນຕອນທີຫ້າ
  5. ກົດທີ່ Confirm ເປັນອັນວ່າຈົບຂັ້ນຕອນ