ອັບເດດຫຼ້າສຸດ: 21 ສິງຫາ 2024
ການອຸທອນ ສໍາລັບຄຳສັ່ງ P2P ທີ່ສໍາເລັດ/ຍົກເລີກແລ້ວ ແມ່ນຫຍັງ?
ການອຸທອນ ສໍາລັບຄຳສັ່ງ ທີ່ສໍາເລັດ/ຍົກເລີກແລ້ວ ແມ່ນຟັງຊັ່ນໃໝ່ທີ່ຖືກອອກແບບມາເພື່ອຊ່ວຍໃຫ້ຜູ້ໃຊ້ແກ້ໄຂຂໍ້ຂັດແຍ່ງທີ່ກ່ຽວຂ້ອງກັບຄໍາສັ່ງທີ່ດຳເນີນໄປແລ້ວ, ບໍ່ວ່າຈະເປັນຄຳສັ່ງທີ່ຖືກຍົກເລີກ ຫຼື ສໍາເລັດ.
ເຫດຜົນໃນການອຸທອນຄໍາສັ່ງ P2P ທີ່ສໍາເລັດ/ຍົກເລີກແລ້ວ
ຜູ້ໃຊ້ສາມາສົ່ງອຸທອນ ສຳລັບຄຳສັ່ງທີ່ສຳເລັດ ຫຼື ຍົກເລີກແລ້ວ ໃນກໍລະນີ້ຕໍ່ໄປນີ້:
- ຄຳສັ່ງຖືກຍົກເລີກ, ແຕ່ຜູ້ຊື້ໄດ້ຈ່າຍຊຳລະໄປແລ້ວ.
- ຄໍາສັ່ງໄດ້ຖືກປ່ອຍອອກມາ, ແຕ່ຜູ້ຂາຍຍັງບໍ່ໄດ້ຮັບການຈ່າຍຊຳລະ.
- ຜູ້ຂາຍໄດ້ລາຍງານວ່າບັນຊີທະນາຄານທີ່ຖືກອາຍັດ.
- ຜູ້ຊື້ໄດ້ຍື່ນຄໍາຮ້ອງຂໍຄືນເງິນ ຫຼັງຈາກຜູ້ຂາຍໄດ້ປ່ອຍສະກຸນເງິນຄຣິບໂຕແລ້ວ.
- ຈ່າຍຊຳລະໜ້ອຍກວ່າ: ຜູ້ຂາຍໄດ້ຮັບເງິນໜ້ອຍກວ່າທີ່ຄາດໄວ້ຫຼັງຈາກປ່ອຍສະກຸນເງິນຄຣິບໂຕ.
- ຈ່າຍຊຳລະເກີນ: ຜູ້ຊື້ຈ່າຍຊຳລະສະກຸນເງິນ Fiat ເກີນໃຫ້ກັບຜູ້ຂາຍໂດຍບໍ່ໄດ້ຕັ້ງໃຈ.
- ການຂັດແຍ້ງປະເພດອື່ນໆ.
ຄໍາແນະນໍາສໍາລັບການຍື່ນອຸທອນ
ເພື່ອຫຼີກເວັ້ນການຊັກຊ້າທີ່ບໍ່ຈໍາເປັນ ແລະ ຮັບປະກັນການຊ່ວຍເຫຼືອທີ່ມີປະສິດທິພາບ ໃນເວລາຍື່ນອຸທອນ, ກະລຸນາກວດສອບໃຫ້ແນ່ໃຈວ່າ:
- ສະໜອງຂໍ້ມູນລາຍລະອຽດ ແລະ ວີດີໂອຫຼັກຖານການຊໍາລະທີ່ຖືກຕ້ອງ
- ເລືອກເຫດຜົນໃນການອຸທອນໃຫ້ທີ່ຖືກຕ້ອງ
- ໃຫ້ທີມງານ CS ໃຊ້ເວລາ 15 ຫາ 30 ນາທີ ເພື່ອກວດສອບ ແລະ ຕອບກັບກໍລະນີຂອງທ່ານ
- ຫຼີກເວັ້ນການນໍາໃຊ້ການແຊັດສະໜັບສະໜູນ ສໍາລັບບັນຫາທີ່ສາມາດແກ້ໄຂໄດ້ໂດຍຜ່ານຂະບວນການອຸທອນ
ກະລຸນາຮັບຊາບ, ການຍື່ນອຸທອນອາດໃຊ້ເວລາໄລຍະໜຶ່ງ ເມື່ອຕ້ອງຕິດຕາມຄູ່ກໍລະນີທີ່ກ່ຽວຂ້ອງ.
ກວດເບິ່ງອີເມວຂອງທ່ານ ແລະ ແອັບ Binance ເປັນປະຈໍາໃນກໍລະນີທີ່ທີມງານ CS ຂອງພວກເຮົາເຂົ້າຫາຂໍ້ມູນເພີ່ມເຕີມ.
ວິທີການອຸທອນ ຄໍາສັ່ງທີ່ສໍາເລັດຍົກເລີກແລ້ວ ໂດຍຜ່ານແອັບ Binance?
ຖ້າຕ້ອງການຮຽນຮູ້ວິທີການອຸທອນຜ່ານເວັບໄຊ Binance, ຄລິກທີ່ແທບ "ເວັບໄຊ" ໃນໜ້ານີ້.
1. ເຂົ້າສູ່ລະບົບ Binance App ຂອງທ່ານ ແລະ ໄປທີ່ [ການຊື້ຂາຍ] - [P2P].
2. ຈາກກະດານຂ່າດ້ານລຸ່ມ ໃຫ້ຄລິກໃສ່ [ຄໍາສັ່ງ]. ທ່ານສາມາດເບິ່ງບັນຊີລາຍການຄໍາສັ່ງຂອງທ່ານ. ແຕະທີ່ [ສຳເລັດສົມບູນ] ແລະ ຫຼັງຈາກນັ້ນເລືອກ [ຍົກເລີກແລ້ວ] ຫຼື [ສໍາເລັດແລ້ວ].
3. ໃຫ້ຄລິກໃສ່ຄໍາສັ່ງທີ່ທ່ານຕ້ອງການອຸທອນ. ຈາກນັ້ນແຕະ [ຕ້ອງການຄວາມຊ່ວຍເຫຼືອ].
4. ເລືອກເຫດຜົນຂອງການອຸທອນ ເຊັ່ນ: [ຂ້ອຍຈ່າຍຊຳລະແລ້ວແຕ່ຄໍາສັ່ງຖືກຍົກເລີກ] ຫຼື [ອື່ນໆ], ຂຶ້ນກັບກໍລະນີສະເພາະຂອງທ່ານ.
5. ແຕະ [ອຸທອນ] ເພື່ອສືບຕໍ່.
6. ພາຍໃຕ້ຜົນສໍາລັບການອຸທອນຂອງທ່ານ ແລະ ອະທິບາຍສະຖານະການໃຫ້ລະອຽດເທົ່າທີ່ເປັນໄປໄດ້ເພື່ອໃຫ້ຕົວແທນບໍລິການລູກຄ້າຂອງພວກເຮົາສາມາດຊ່ວຍທ່ານໄດ້ດີຂຶ້ນ. ກະລຸນາໃສ່ພາບໜ້າຈໍທີ່ກ່ຽວຂ້ອງນຳ. ຈາກນັ້ນແຕະ [ຍື່ນອຸທອນ].
ສະຖານະການຍື່ນອຸທອນຂອງທ່ານຈະປ່ຽນໄປ ເມື່ອທ່ານໄດ້ສົ່ງການອຸທອນສຳເລັດ.
ວິທີການຕິດຕາມການອຸທອນ?
ແຕະ [ປະຫວັດການອຸທອນ].
ກະລຸນາສົ່ງຫຼັກຖານເພີ່ມເຕີມ, ລວມທັງການບັນທຶກວີດີໂອ ແລະ ພາບຫນ້າຈໍຈາກແອັບ Binance ແລະ ຄໍາອະທິບາຍລາຍລະອຽດກ່ຽວກັບສະຖານະການຂອງທ່ານ. ຈາກນັ້ນແຕະ [ສົ່ງ].
ຍົກເລີກການອຸທອນແນວໃດ?
ຖ້າບັນຫາຂອງທ່ານໄດ້ຮັບການແກ້ໄຂແລ້ວ, ແຕະ [ຍົກເລີກການອຸທອນ] ເພື່ອປິດການຂັດແຍ້ງ.
ວິທີການອຸທອນ ສໍາລັບຄໍາສັ່ງ P2P ທີ່ຖືກຍົກເລີກ/ສໍາເລັດແລ້ວໂດຍຜ່ານເວັບໄຊ Binance?
1. ເຂົ້າສູ່ລະບົບບັນຊີ Binance P2P ຂອງທ່ານ ແລະ ໄປທີ່ໜ້າ
[ຄຳສັ່ງ] .
2. ຄລິກທີ່ [ຄຳສັ່ງທັງໝົດ], ຈາກນັ້ນເລືອກ [ສໍາເລັດ] ຫຼື [ຍົກເລີກ].
3. ໃຫ້ຄລິກໃສ່ຄໍາສັ່ງທີ່ທ່ານຕ້ອງການອຸທອນ. ຫຼັງຈາກນັ້ນ, ໃຫ້ຄລິກໃສ່ [ຕ້ອງການຄວາມຊ່ວຍເຫຼືອ].
4. ຄລິກທີ່ເຫດຜົນຂອງການອຸທອນ ເຊັ່ນ: [ຄໍາສັ່ງຖືກຍົກເລີກແຕ່ຈ່າຍຊຳລະແລ້ວ] ຫຼື [ອື່ນໆ], ຂຶ້ນກັບສະຖານະການສະເພາະຂອງທ່ານ.
5. ກົດ [ອຸທອນ].
6. ພາຍໃຕ້ຜົນສໍາລັບການອຸທອນຂອງທ່ານ ແລະ ອະທິບາຍສະຖານະການໃຫ້ລະອຽດເທົ່າທີ່ເປັນໄປໄດ້ເພື່ອໃຫ້ຕົວແທນບໍລິການລູກຄ້າຂອງພວກເຮົາສາມາດຊ່ວຍທ່ານໄດ້ດີຂຶ້ນ. ກະລຸນາໃສ່ພາບໜ້າຈໍທີ່ກ່ຽວຂ້ອງນຳ. ຫຼັງຈາກນັ້ນ, ໃຫ້ຄລິກໃສ່ [ສົ່ງການອຸທອນ].
ເມື່ອທ່ານຍື່ນອຸທອນສຳເລັດແລ້ວ, ສະຖານະການອຸທອນຈະສະແດງ 'ກຳລັງດຳເນີນການໂດຍຄູ່ກໍລະນີ.’
ວິທີການຕິດຕາມການອຸທອນ?
ກະລຸນາຄລິກໃສ່ [ໃຫ້ລາຍລະອຽດເພີ່ມເຕີມ] ແລະ ສົ່ງຫຼັກຖານເພີ່ມເຕີມ, ລວມທັງການບັນທຶກວີດີໂອ ແລະ ພາບໜ້າຈໍຈາກ ອີນເຕີເຟສ Binance ແລະ ຄໍາອະທິບາຍລາຍລະອຽດກ່ຽວກັບສະຖານະການຂອງທ່ານ. ຫຼັງຈາກນັ້ນ, ໃຫ້ຄລິກໃສ່ [ສົ່ງ].
ຍົກເລີກການອຸທອນແນວໃດ?
ຖ້າບັນຫາຂອງທ່ານໄດ້ຮັບການແກ້ໄຂ ແລະ ທ່ານໄດ້ຮັບ Fiat/ສະກຸນເງິນຄຣິບໂຕ ຈາກຄູ່ກໍລະນີແລ້ວ, ກະລຸນາຕອບກັບໃນກ່ອງຂໍ້ຄວາມສົນທະນາ. ນອກຈາກນັ້ນ, ຢ່າລືມກົດ [ຍົກເລີກການອຸທອນ] ເພື່ອໃຫ້ພວກເຮົາສາມາດປິດການຂັດແຍ້ງໄດ້.