ຫຼຽນ meme ທີ່ດີທີ່ສຸດໃນເຄືອຂ່າຍ BNB ທີ່ຄວນຊື້ໃນປີ 2024 

​ການລົງທຶນໃນຫຼຽນ meme ໄດ້ຮັບຄວາມນິຍົມເພີ່ມຂຶ້ນໃນຊ່ວງສອງສາມປີທີ່ຜ່ານມາໂດຍສະເພາະໃນເຄືອຂ່າຍຂອງ Binance  Smart Chain ( BNB) ຊື່ງເປັນແຟສຟອມທີ່ຮອງຮັບຫຼຽນປະເພດນີ້ຄວາມໄວໃນການເຮັດທຸລະກຳແລະຄ່າທຳນຽມຕໍ່າໃນປີ 2024  ມີຫຼຽນ meme ຫຼາຍອັນທີ່ນ່າຈັບຕາຊື່ງເປັນໂອກາດດີໃນການລົງທຶນ,ດຽວຈະບອກຫຼຽນທີ່ມີສັກກະຍະພາບແລະຄາດການລາຄາໃນປີ2024 ນີ້ :

1. Safemoon ( SAFEMOON) ເປັນຫຼຽນທີ່ໂດ່ງດັ່ງທີ່ສຸດໃນເຄືອຂ່າຍຂອງ BNB ດ້ວຍການພະຍາຍາມໃນການສ້າງກຸ່ມຜູ້ສະໜັບສະໜູນທີ່ແຂງແກ່ງແລະກົນລະຍຸດແຈກຍາຍທີ່ໜ້າສົນໃນເຊັ່ນ: ການຫັກຄ່າທຳນຽມການຂາຍ ແລະ ການແຈກຍາຍໃຫ້ກັບຜູ້ຖື. ໃນປີ 2024 ການຄາດການກ່ຽວກັບມູມຄ່າຂອງຫຼຽນ safemoon ຈະເພີ່ມຂື້ນຢ່າງຕໍ່ເນື່ອງ ອາດຈະແຕະລະດັບ ເຖີງ 0.0001 ໂດລາ.

2. Simon Cat ( CAT ) ເປັນຫຼຽນທີມີແນວຄິດທີ່ສົດໃຫ່ມແລະສັງຄົມທີ່ມີຄວາມກະຕື່ລືລົ້ນ. CAT ມີສັກກະຍະພາບໃນການເຕີບໂຕເນື່ອງຈາກການສ້າງຄວາມຫນ້າສົນໃຈໂດຍການຕະຫຼາດທີ່ສ້າງສັນແປກໃຫ່ມ.ການຄາດການລາຄາຂອງ Simon Cat ອາດເພີ່ມຂື້ນເຖີງ 0.00005 ໂດລາໃນປີ 2024.

3. Dogecion ( DOGE) ເປັນຫຼຽນແລກໆທີ່ເລີມຕົ້ນເປັນຫຼຽນ meme ແຕ່ເປັນຫຼຽນທີ່ມີຊື່ສຽງແລະນິຍົມສູງໃນວົງການ Cryptocurrency ໃນຂະນະທີ່ Dogecoin ຖືກພັດທະນາໃນເຄືອຂ່າຍຂອງ Ethereum ແຕ່ຍັງສາມາດຊື້-ຂາຍ ໃນເຄືອຂ່າຍຂອງ BNB ໄດ້ອີກ Dogecoin ມີການເຕີບໂຕຢ່າງຕໍ່ເນື່ອງໃນປີ 2024 ຄາດການລາຄາສາມາດໄປຮອດ 0.10 ໂດລາ.

4. Baby Doge ( BABYDOGE) ເປັນໜື່ງໃນຫຼຽນ meme ທີ່ພັດທະນາຢ່າງໄວລາໃນເຄືອຂ່າຍ BNB ດ້ວຍວິທີ່ການດືງດູດຄວາມສົນໃຈຈາກສັງຄົມແລະກົນລະຍຸດການຕະຫຼາດທີ່ສ້າງສັນ ຄາດການວ່າລາຄາ babydoge ອາດແຕະລະດັບເຖີງ 0.0000005 ໃນປີ2024. 

5. QUACK (QUACK) ເປັນຫຼຽນ meme ທີ່ມີເອກະລັກສະເພາະຕົວໃນເຄືອຂ່າຍຂອງ BNB ຊື່ງເນັ້ນໄປທີ່ການສ້າງຄວາມບັນເທີງແລະການມີສ່ວນຮ່ວມໃນສັງຄົມດ້ວຍກົນລະຍຸດທາງການຕະຫຼາດທີ່ເນັ້ນຄວາມສະໜຸກສະໜານແລະການມີສ່ວນຮ່ວມ.ການວ່າມູມຄ່າຂອງ QUACK ອາດເພີ່ມຂື້ນເຖີງ 0.00002 ໂດລາໃນປີ2024.

6. FLOLKI (FLOLKI) ເປັນຫຼຽນ meme ທີ່ໃຫ່ມແຕ່ມີແນວໂນ້ມທີ່ຈະຂະຫຍາຍໃນຕະຫຼາດBNB ໂດຍການນໍາສະເໜີແນວຄິດແປກໃຫ່ມໃຫ້ສັງຄົມຢ່າງກະຕືລືລົ້ນແລະຄາດການລາຄາຂອງ FLOLKIອາດມີມູມຄ່າເຖີງ 0.00003 ໂດລາໃນປີ 2024

ສະຫຼຸບ ການລົງທຶນໃນ meme ຂອງ BNB ນັ້ນສາມາດເປັນໂອກາດທີ່ດີໃນການສ້າງຜົນຕອນແທນໃນປີ2024 ຫຼືອະນາຄົດແຕ່ຕ້ອງລະວັງ ແລະ ສຶກສາຢ່າງລະອຽດຖີ່ຖ້ວນເນື່ອງຈາກວ່າຫຼຽນຈຳພວກນີ້ມີຄວາມຜັນຜວນສູງພໍສົມຄວນແລະການລົງທຶນມີຄວາມສ່ຽງຢູ່ສະເໝີ,ຄວນພິຈະລະນາປັດໄຈຕ່າງໆເຊັ່ນ : ການພັດທະນາຂອງທີມງານ,ກົນລະຍຸດທາງການຕະຫຼາດແລະຜົນຕອບຮັບຈາກສັງຄົມເພື່ອເປັນການຕັດສິນໃຈທີ່ດີທີ່ສຸດໃນການລົງທຶນໃນຫຼຽນ meme ຂອງເຄືອຂ່າຍ BNB.